ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປຊ ຮຽກຮ້ອງປະຕິຮູບລະບົບການເງິນສາກົນ ແລະ ຄວາມຍຸຕິທໍາດ້ານດິນຟ້າອາກາດ


ທ່ານ ອານ​ໂຕ​ນີ​ໂອ ກູ​ເຕີ​ເຣ​​ສ ເລຂາທິການ​ໃຫຍ່ ​ສປຊ

     ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ ວັນ​ທີ 2 ມີນາ ນີ້​ວ່າ: ທ່ານ ອານ​ໂຕ​ນີ​ໂອ ກູ​ເຕີ​ເຣ​​ສ ເລຂາທິການ​ໃຫຍ່ ​ສປຊ ໄດ້​ຮຽກຮ້ອງ​ປະຕິ​
ຮູບລະບົບ​ການ​ເງິນ​ສາກົນ ເພື່ອ​ໜູນ​ຊ່ວຍ​ບັນດາ​ປະເທດ​ພວມ​ພັດທະນາ ແລະ ບັນລຸ​ໄດ້ “ຄວາມ​ຍຸຕິ​ທຳ​ກ່ຽວ​ກັບ​ດ້ານ​ດິນ​ຟ້າ​ອາກາດ”.

     ພິທີ​ໄຂ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ VIII ຂອງ​ປະຊາ​ຄົມ​ບັນດາ​ປະເທດ ອາ​ເມ​ຣິ​ກາ ລາ​ຕິນ ແລະ ກາ​ຣີ​ເບ (CELAC), ຈັດ​ຂຶ້ນ​ຢູ່
Saint Vincent & Grenadine ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ມາ​ຈາກ​ກວ່າ 30 ປະເທດ​ສະມາຊິກ​ຂອງ​ປະຊາ​ຄົມ​ນີ້, ທ່ານ
​ເລຂາທິການ​ໃຫຍ່ ​ສປຊ ເນັ້ນ​ໜັກ​ວ່າ: ລະບົບ​ການ​ເງິນ​ທົ່ວ​ໂລກບໍ່​ສາມາດ​ສະໜອງ​ແຫຼ່ງ​ການ​ເງິນ​ຍາວ​ນານ​ທີ່​ເໝາະ​ສົມ​ ໃຫ້​ແກ່​ບັນດາ
​ປະເທດ​ມີ​ຄວາມ​ຕ້ອງການ. ກ່ຽວຂ້ອງ​ເຖິງ​ບັນຫາ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ, ທ່ານ​ເລຂາທິການ​ໃຫຍ່ ​ສປຊ ຮຽກຮ້ອງ “ສາມັກ
ຄີ ເພື່ອ​ປະ​ເຊີນ​ໜ້າ​ກັບ​ສະພາວະ​ສຸກ​ເສີນ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ, ໄພ​ນາບ​ຂູ່​ເຖິງ​ການ​ຄົງ​ຕົວ​ຂອງ​ບັນດາ​ປະເທດ​ນ້ອຍ​ພວມ​ພັດທະນາ”.

     ທ່ານ ອານ​ໂຕ​ນີ​ໂອ ກູ​ເຕີ​ເຣ​​ສ ສະເໜີ​ໃຫ້​ທຸກໆ​ປະເທດ​ພວມ​ພັດທະນາ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ບັນດາ​ການ​ປະກອບສ່ວນ​ໃໝ່​ລະ
ດັບ​ຊາດ​ໃນ​ປີ 2025, ເໝາະ​ສົມ​ກັບ​ການ​ສະກັດ​ກັ້ນ​ລະດັບ​ການ​ເພີ່ມ​ຂຶ້ນ​ຂອງ​ອຸນຫະພູມ​ໜ່ວຍ​ໂລກ​ໃນ​ລະດັບ 1,5 ອົງສາ C. ທ່ານ​ເລ
ຂາທິການ​ໃຫຍ່ ​ສປຊ ກໍ​ຮຽກຮ້ອງ​ເພີ່ມ​ຈຳນວນ​ເງິນ​ທົບ​ສອງ​ເທົ່າ​ຂຶ້ນ​ຢ່າງ​ໜ້ອຍ​ສຸດ​ແມ່ນ 40 ຕື້​ໂດ​ລາ​ສະຫະລັດ ຕໍ່​ປີ ໃນ​ປີ 2025 ເພື່ອ
​ຮັບປະກັນ​ຄວາມ​ຍຸຕິ​ທຳ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/03/2024